30 ປີ ແຫ່ງການເຕີບໃຫຍ່ເຂັ້ມແຂງຂອງ ສປປ ລາວ ເປັນຄວາມພູມໃຈອັນຍິ່ງໃຫຍ່ ຂອງປະຊາຊົນ ບັນດາເຜົ່າ ກໍ່ຄື ຂອງພະນັກງານທຸກຄົນ ໃນບໍລິສັດເບຍລາວຈຳກັດ. ພວກຂ້າພະເຈົ້າ ຮູ້ສືກເປັນກຽດອັນສູງສົ່ງ ທີ່ໄດ້ປະກອບສ່ວນ ຜົນງານຂອງຕົນ ເຂົ້າໃນຜົນງານລວມແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດ 30 ປີ.

      ນະໂຍບາຍຂອງພັກ ແລະ ລັດ ໄດ້ເອື້ອອຳນວຍໃຫ້ບໍລິສັດ ເບຍລາວຈຳກັດ ໄດ້ເຕີບໃຫຍ່ຂະຫຍາຍຕົວເດັ່ນກວ່າໝູ່ ແມ່ນນະໂຍບາຍເປິດກວ້າງ ຍາດແຍ່ງການລົງທືນຂອງ ຕ່າງປະເທດ ກົນໄກເສດຖະກິດຕະຫຼາດທີ່ມີການດັດສົມ ແລະ ການຫັນລັດວິສາຫະກິດ ໄປສູ່ ກຳມະສິດອື່ນໆ ແບບມີໄຫວພິບ.

      ໃນໂອກາດລະນືກ 30 ປີແຫ່ງການສ້າງຕັ້ງ ສປປລາວ ພວກຂ້າພະເຈົ້າ ພ້ອມດ້ວຍ ພະນັກງານ-ກຳມະກອນ ກໍ່ຄື ຂາຫຸ້ນ ຂໍສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ ທີ່ໄດ້ຊີ້ນຳ-ນຳພາ ຢ່າງໃຫ້ຊິດຕິດແທດ, ຫາກບໍ່ມີການຊີ້ນຳດັ່ງກ່າວ ບໍລິສັດ ເບຍລາວຈຳກັດ ກໍ່ບໍ່ມີຜົນສຳເລັດຄືສູ່ມື້ນີ້,

      ພວກຂ້າພະເຈົ້າ ຈະພ້ອມກັນພັດທະນາບໍລິສັດ ໃຫ້ກາຍເປັນບໍລິສັດ ທີ່ສາມາດແຂ່ງຂັນກັບສາກົນ, ຮ່ວມພັດທະນາເສດຖະກິດ ປະກອບສ່ວນໃນການສ້າງລາຍຮັບ ໃຫ້ແກ່ປະເທດຊາດ ນັບມື້ນັບຫຼາຍຂື້ນ ຢູ່ຄຽງຄູ່ກັບ ສັງຄົມລາວຕະຫຼອດໄປ.

 

 
     
 
ໜ້າທຳອິດ | ລາວ | ກ່ຽວກັບບໍລິສັດ | ສິນຄ້າ | ການຜະລິດ | ການກະຈາຍສິນຄ້າ | ສຶ່ໂຄສະນາ | ຊຸກຍູ້ສັງຄົມ | ຂ່າວ&ເຫດການ | ຕິດຕໍ່
This web site has been accessed
times since 01 Jan 2005
© 2004 Lao Brewery Company. All Rights Reserved.
Designed, developed and maintained by Cyberia - Vientiane, Laos.