![]() |
![]() |
![]() |
![]() |
![]() |
| ໜ້າທຳອິດ | ລາວ | ກ່ຽວກັບບໍລິສັດ | ສິນຄ້າ | ການຜະລິດ | ການກະຈາຍສິນຄ້າ | ສຶ່ໂຄສະນາ | ຊຸກຍູ້ສັງຄົມ | ຂ່າວ&ເຫດການ | ຕິດຕໍ່ | ຫຼີ້ນເກມ |
| ປະຫວັດຄວາມເປັນມາຂອງບໍລິສັດ| ສະພາບໍລິຫານ | ໂຄງຮາງການຈັດຕັ້ງ | ພາລະກິດ | ລາງວັນ |
|
ປີ 1980 ໄດ້ເຕົ້າໂຮມ ລັດວິສາຫະກິດເບຍລາວ ແລະ ລັດວິສາຫະກິດ ນ້ຳຫວານລາວ ເຂົ້າເປັນລັດວິສາຫະກິດ ເບຍ ແລະ ນ້ຳຫວານລາວ. ປີ 1986 ໄດ້ຮັບມອບສິດເປັນເຈົ້າການໃນການດຳເນິນທຸລະກິດ ແລະ ແບບນິຕິບຸກຄົນ ຕາມກົນໄກເສດຖະກິດຂອງນະໂຍບາຍປ່ຽນແປງໃໝ່ຂອງພັກ ແລະ ລັດ. ປີ 1988 ໄດ້ແຍກບໍລິສັດເບຍ ແລະ ນ້ຳຫວານລາວ ອອກເປັນບໍລິສັດ ລັດວິສາຫະກິດ ແລະ ບໍລິສັດ ລັດວິສາຫະກິດ ນ້ຳຫວານລາວ ໃນວັນທີ 25 / 10 / 1988 ເຫດການເດັ່ນທີ່ຜ່ານມາ: ການຮ່ວມມືກັບຕ່າງປະເທດ ບໍລິສັດ ເບຍລາວ ຈຳກັດ ໄດ້ກ່າຍເປັນ ບໍລິສັດຮ່ວມທືນກັບຕ່າງປະເທດ ຕາມນະໂຍບາຍ ການປ່ຽນແປງໃໝ່ຂອງພັກ ແລະ ລັດຖະບານ. ວັນທີ 6 ເມສາ 1993 ໄດ້ມີການເຊັນສັນຍາຮ່ວມທືນກັບບໍລິສັດ ຈາກຕ່າງປະເທດຄື: ບໍລິສັດ ລອກຊເລ ມະຫາຊົນຈຳກັດ ແລະ ບໍລິສັດ ອີຕາລຽນໄທ ມະຫາຊົນຈຳກັດ ທັງສອງບໍລິສັດດັ່ງກ່າວ ຖືຮຸ້ນ 51% ແລະ ລັດຖະບານລາວ ຖືຮຸ້ນ 49% ໄດ້ດຳເນີນມາ ຈົນເຖິງວັນທິ 15 ຕຸລາ ປີ 2001. ການຂະຫຍາຍກິດຈະການ ປີ 1994 ເຫດການເດັ່ນ ປີ 2002: ຂາຍຮຸ້ນຍຸດທະສາດ ວັນທີ 28 ມັງກອນ 2002 ບໍລິສັດ ເບຍລາວ ຈຳກັດ ໄດ້ເຊັນສັນຍາກັບຜູ້ຮ່ວມທືນໃໝ່ ຄື ບໍລິສັດ ຄາລສເບີກ ເອເຊຍ ຈຳກັດ ຖືຮຸ້ນ 25% ບໍລິສັດ ທີ ຊີ ຊີ ອີນເຕີເນຊັນແນລ ຈຳກັດ ຖືຮຸ້ນ 25% ແລະ ລັດຖະບານລາວຖືຮຸ້ນ 50% ຫຼັງຈາກທີ່ມີການປ່ຽນຜູ້ຮ່ວມທືນໃໝ່ ບໍລິສັດ ກໍ່ໄດ້ສືບຕໍ່ຂະຫຍາຍຕົວແຂງແຮງ ແລະ ບໍ່ຢຸດຢັ້ງເຮັດໃຫ້ບໍລິສັດ ສາມາດຜະລິດເບຍ ບັນລຸເຖິງ 63 ລ້ານລີດ ໃນປີ 2002. ຫຼັງຈາກນັ້ນ ໄດ້ມີການປ່ຽນແປງຜູ້ຖືຮຸ້ນຂອງ ບໍລິສັດ ເບຍລາວ ຈຳກັດໄດ້ມີການເຊັນສັນຍາກັບຜູ້ຮ່ວມທືນ ໃໝ່ ຄື ບໍລິສັດ ຄາລສເບີກ ບຣິວເວີຮີ ຈຳກັດໂຄເປເຮເກນ ປະເທດເດນມາກ ຖືຮຸ້ນ 50% ແລະ ລັດຖະບານລາວຖືຮຸ້ນ 50%. .Human Resource & Technology
ດັ່ງນັ້ນ ໃນແຕ່ລະປີ ບໍລິສັດ ຈື່ງໄດ້ລົງທຶນໃສ່ການກໍ່ສ້າງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ຂອງພະນັກງານຢ່າງເປັນລະບົບ ທັງໃນດ້ານແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ລະບຽບກົດໝາຍ ຄຸນສົມບັດ ສິນທຳ ວິຊາການ ແລະ ພາສາຕ່າງປະເທດ. ການກໍ່ສ້າງ ແລະ ຍົກລະດັບພະນັກງານນັ້ນ ມີທັງຮູບ ການທັດສະນະສືກສາ ການເຂົ້າຮ່ວມສຳມະນາ ການຝືກອົບຮົມໄລຍະສັ້ນ ແລະ ການສຶກສາໄລຍະຍາວ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນີ້ ບໍລິສັດ ກໍ່ໄດ້ລົງທຶນ ນຳເອົາເຕັກໂນໂລຊີໃໝ່ ເຄື່ອງຈັກທັນສະໃໝ ເຂົ້າສູ່ການຜະລິດ ທັງກໍ່ສ້າງອາຄານໂຮງງານ ແລະ ປັບປຸງລະບົບແບບແຜນ ວິທີເຮັດວຽກໃຫ້ທັນສະໃໝ ຕາມລະບົບສາກົນ ແລະ ສອດຄ່ອງກັບວັດທະນະທຳລາວ ແລະ ສະພາບການຜະລິດຕົວຈິງຂອງ ບໍລິສັດ.
|
|||
| ໜ້າທຳອິດ | ລາວ | ກ່ຽວກັບບໍລິສັດ | ສິນຄ້າ | ການຜະລິດ | ການກະຈາຍສິນຄ້າ | ສຶ່ໂຄສະນາ | ຊຸກຍູ້ສັງຄົມ | ຂ່າວ&ເຫດການ | ຕິດຕໍ່ |
| This web site has been accessed
times since 01 Jan 2005 |
© 2004 Lao Brewery Company. All Rights Reserved. Designed, developed and maintained by Cyberia - Vientiane, Laos. |